Loading...
...
...
2021-08-10 10:19:01
ການຈັດຝຶກອົບຮົມ ກ່ຽວກັບ ການຈັດຕັ້ງປະຕິບັດລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ໃຫ້ພາກລັດ ແລະ ຜູ້ປະກອບການ ໃນນະຄອນຫຼວງວຽງ​ຈັ​ນ.

ໃນລະຫວ່າງ​ວັນ​ທີ 05 ຫາ 06 ສິງ​ຫາ 2021 ທີ່ຫ້ອງປະຊຸມຂອງ ​ພະ​ແນກ​​ອຸດ​ສາ​ຫະ​ກຳ ແລະ ການ​ຄ້ານະ​ຄອນຫຼວງວຽງ​ຈັ​ນ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການສ້າງເປັນຄູຝຶກໃນການຈັດຕັ້ງປະຕິບັດລະບົບການອອກໃບຢັ້ງຢືນແຫຼ່ງ ກຳເນີດສິນຄ້າຜ່ານທາງເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ໃຫ້​ແກ່​ພະນັກງານປະຈໍາຫ້ອງການ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ ແລະ ຜູ້​ປະ​ການ​ຈຳ​ນວນ​ໜຶ່ງ ຕາມການ​ສະ​ເໜີ​ຂອງ​ພາກ​ສ່ວນ​ດັ່ງ​ກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າກົມກ​ານນ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ​ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້ານະ​ຄອນຫຼວງວຽງ​ຈັນ  ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 37 ທ່ານ.

ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ໃຫ້ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ ແລະ ຜູ້​ປະ​ກອບ​ການ.

ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ໄດ້ຮັບການເພີ່ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ ແລະ ພິມຟອມຜ່ານລະບົບ. ສໍາລັບ ພາກທຸລະກິດ ແມ່ນໄດ້ລົງເລິກຕື່ມໃນການລົງ ທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ທ່ານສົ່ງເຂົ້າໃນລະບົບ.

ກົມ ຂອ ມີ​ແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ​ບັນ​ດາ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສ​າ​ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້​ພາຍໃນປີ 2022, ຊຶ່ງ​ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ ກໍ່​ເປັນ​ໜຶ່ງ​ໃນ​​ຫ້ອງ​ການເປົ້າ​ໝາຍ ແລະ ​ຈະ​ໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ກັນ​ຍາ 2021. ປະ​ຈຸ​ບັນ​ນີ້, ມີ​ຈຳ​ນວນ 05 ຫ້ອງ​ການ​ທີ່​ອອກ​ຜ່ານ​ລະ​ບົບ e-CO ໄດ້​ແກ່: ກົມ ຂອ, ຫ້ອງ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງຈັນໂນນ​ທອງ (01 ຕຸລາ 2020), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຈຳປາ​ສັກ (01 ທັນວາ 2020), ສະ​ຫວັນ​ນະ​ເຂດ (01 ມັງກອນ 2021) ແລະ ບໍ​ລິ​ຄຳ​ໄຊ (01 ມີ​ນາ 2021).

ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 020 1111 2222 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: demo-portal.local, .